TV5MONDE

TV5MONDE 01/01/2024 - 31/01/2024 | 0 h 00

ໃນເດືອນມັງກອນ 2024, ຊ່ອງໂທລະພາບຝຣັ່ງ TV5MONDE ສະເຫຼີມສະຫຼອງຄົບຮອບ 40 ປີ, ເຊິ່ງເປັນຂີດໝາຍເທົ່າສີ່ທົດສະວັດ ຂອງການເຜີຍແຜ່ວັດທະນະທຳປະເທດທີ່ໃຊ້ພາສາຝຣັ່ງໃນທົ່ວໂລກ. ເປັນເວລາ 40 ປີແລ້ວ, ຊ່ອງໂທລະພາບຝຣັ່ງ TV5MONDE ມີຄວາມພາກພູມໃຈ ທີ່ໄດ້ນໍາສະເໜີເຜີຍແຜ່ປະເທດທີ່ໃຊ້ພາສາຝຣັ່ງໃນທົ່ວໂລກ ດ້ວຍລາຍການທີ່ອຸດົມສົມບູນ ແລະ ຫຼາກຫຼາຍ.

ບໍ່ວ່າຈະເປັນ ຮູບເງົາ ແລະ ຊີຣີ ໃໝ່ຫຼ້າສຸດ, ສາລະຄະດີພິເສດ, ຖ່າຍທອດສົດການແຂ່ງຂັນກິລາ, ລາຍການເຍົາວະຊົນທີ່ໜ້າຕື່ນເຕັ້ນ… ຊ່ອງໂທລະພາບ TV5MONDE ເປັນໂທລະພາບຝຣັ່ງທີ່ດີທີ່ສຸດ, ເໝາະສໍາລັບທຸກຄົນ, ສ້າງຂຶ້ນໄດ້ 40 ປີແລ້ວ.

ເພື່ອສະເຫຼີມສະຫຼອງວັນຄົບຮອບນີ້, ພວກເຮົາຂໍເຊີນທ່ານຮ່ວມຮັບຊົມກັບພວກເຮົາ ແລະ ເອົາປະສົບການກ່ຽວກັບການເວົ້າພາສາຝຣັ່ງນຳພວກເຮົາ ແບບໜຶ່ງດຽວ !

ສຳລັບທ່ານທີ່ຢາກເຂົ້າໄປເບິ່ງທຸກໆລາຍການຂອງພວກເຮົາ, ກະລຸນາຕິດຕໍ່ຜູ້ໃຫ້ບໍລິການສັນຍານໃກ້ບ້ານທ່ານ ເພື່ອຮັບສັນຍານຮັບຊົມຊ່ອງໂທລະພາບ TV5MONDE ປາຊີຟິກ  ຫຼື ເຂົ້າເບິ່ງໂດຍກົງໄດ້ທີ່ເວັບໄຊທ໌ apac.tv5monde.com ເພື່ອໃຊ້ປະໂຫຍດຈາກແພລດຟອມອອນໄລນ໌ ຂອງຊ່ອງໂທລະພາບ TV5MONDE ອາຊີ-ປາຊີຟິກ. ຮ່ວມ​ກັນ​ສືບ​ຕໍ່​ນຳ​ພາເຜີຍແຜ່ການນຳໃຊ້ພາສາຝຣັ່ງໄປ​ສູ່​ທົ່ວ​ໂລກ!

ສະຖານທີ່