ຢາກຮຽນ ພາສາຝຣັ່ງ ບໍ່ ? ສອບຖາມຂໍ້ມູນ ໄດ້ທີ່ ສະຖາບັນຝຣັ່ງ !
ຕັ້ງແຕ່ ປີ 1994, ສະຖາບັນຝຣັ່ງ ເປັນ ສູນກາງການສອນ ພາສາຝຣັ່ງ ໃນ ສປປ ລາວ.
- ຮູບແບບການສິດສອນພາສາ ທີ່ ຫຼາກຫຼາຍ
- ຫຼັກສູດຄຸນະພາບ ໃນ ສະຖາບັນ ທາງການ
- ສູນສອບເສັງ ພາສາຝຣັ່ງ ແຫ່ງດຽວ ທີ່ໄດ້ຮັບອະນຸຍາດ ຈາກ ປະເທດຝຣັ່ງ
- ທີມງານຜູ່ສິດສອນ ທີ່ມີປະສົບການ
ການສະເໜີຫຼັກສູດການຮຽນພາສາ
ເຖິງຈະມີ ລະດັບພາສາໃນຂັ້ນເລີ່ມຕົ້ນ ຫຼື ໃນຂັ້ນດີແລ້ວ ກໍ່ຕາມ, ທາງ ສະຖາບັນຝຣັ່ງ ມີ ຫຼັກສູດຮຽນທີ່ສາມາດປັບໄດ້ ຕາມຄວາມຕ້ອງການ ແລະ ຄວາມສະດວກຂອງຜູ່ຮຽນ. ເປັນຫຼັກສູດ ທີ່ ເໝາະສົມ ສຳລັບ ທັງ ເດັກນ້ອຍ ຫຼື ຜູ່ໃຫຍ່, ນັກສຶກສາ ຫຼື ຜູ່ທີ່ເຮັດວຽກແລ້ວ. ນອກນັ້ນ, ກໍ່ຍັງມີ ການສອນພາສາລາວ ແລະ ການສອນພາສາອັງກິດ ໃຫ້ກັບ ຄົນຕ່າງປະເທດເຊັ່ນດຽວກັນ ປື້ມນ້ອຢ ຮຽນພາສາ
![]() ຫ້ອງຮຽນ | COURS DE LANGUES | LANGUAGE COURSES ພາສາຝຣັ່ງ | Français | French language ເດັກນ້ອຍ | ໄວໜຸ່ມ | ຜູ້ໃຫຍ່ enfants | ados | adultes kids | teens | adults ພາສາລາວ... |
|
![]() ຮຽນຮູ້, ຝຶກຝົນ, ປະສົບຜົນສຳເລັດ! ເປີດເທີມໃໝ່ສຳລັບຫ້ອງຮຽນພາສາຝຣັ່ງ ໃນວັນທີ 11 ມັງກອນ 2025, ທີ່ ສະຖາບັນຝຣັ່ງ! ເຈົ້າຢາກພັດທະນາທັກສະພາສາຝຣັ່ງຂອງເຈົ້າບໍ່? ຄອສຮຽນພາສາຝຣັ່ງສຳລັບຜູ້ໃຫຍ່ຂອງພວກເຮົາແມ່ນອອກແບບມາໃຫ້ເໝາະສົມກັບການຮຽນພາສາຂອງເຈົ້າໂດຍຈະມີທັງທັກສະການຟັງ, ການອ່ານ, ການຂຽນ ແລະການເວົ້າ. ເຈົ້າສາມາດໃຊ້ໃນການເຮັດວຽກ, ທ່ອງທ່ຽວ ຫຼື ຄວາມມັກຮັກໃນພາສາ ຫຼັກສູດການຮຽນຂອງພວກເຮົາແມ່ນຈະເຮັດໃຫ້ເຈົ້າໄດ້ຝຶກ ແລະ ພັດທະນາຢ່າງແນ່ນອນ. ມາຮ່ວມຮຽນກັບພວກເຮົາເພື່ອເສີມຄວາມໝັ້ນໃຈໃນພາສາຝຣັ່ງໄດ້ເລີຍ!! ລົງທະບຽນໄດ້ແຕ່ມື້ນີ້ເປັນຕົ້ນໄປ ແລ້ວເຮັດໃຫ້ພາສາຝຣັ່ງເປັນກະແຈສູ່ຄວາມສຳເລັດຂອງເຈົ້າ! ຂໍ້ມູນເພີ່ມເຕີມ : Tel: (856-21) 215... |
|
![]() ຄອສພາສາຝຣັ່ງສຳລັບເດັກນ້ອຍຂອງພວກເຮົາແມ່ນອອກແບບມາໃຫ້ການຮຽນພາສາຝຣັ່ງມີຄວາມມ່ວນຊື່ນ ແລະ ໜ້າຕື່ນເຕັ້ນ. ພວກເຂົາຈະສາມາດຮຽນຮູ້ທັກສະດ້ານການເວົ້າ, ການຟັງ, ການຂຽນ ໄປກັບເກມ ແລະ ກິດຈະກຳມ່ວນໆ. ເລືອກຮຽນພາສາຝຣັ່ງທີ່ສະຖາບັນຝຣັ່ງຂອງພວກເຮົາເພື່ອເປີດໂອກາດສູ່ການສຶກສາ ແລະ ກະຕຸ້ນຄວາມຢາກຮູ້ຢາກຮຽນໃນໂຕຂອງພວກເຂົາ! ເປີດເທີມໃໝ່ ວັນທີ 3 ພຶດສະພາ 2025, ທຸກໆເຊົ້າວັນເສົາ, ຮຽນກັບອາຈານສອນເກັ່ງ, ໃຈດີ ທີ່ຈະນຳພາລູກຂອງທ່ານມ່ວນຊື່ນ, ເພີດເພີນໄປກັບການຮຽນ, ທີ່ເຂົ້າໃຈງ່າຍ, ເປັນໄວ ແລະ ໄດ້ຄຸນນະພາບຢ່າງແທ້ຈິງ ! ລົງທະບຽນໃຫ້ລູກທ່ານໄດ້ແຕ່ມື້ນີ້ເປັນຕົ້ນໄປ! ຂໍ້ມູນເພີ່ມເຕີມ :... |
|
![]() ຄອສພາສາຝຣັ່ງສຳລັບໄວໜຸ່ມຂອງພວກເຮົາແມ່ນອອກແບບມາເພື່ອໃຫ້ເໝາະສົມໃນການຊ່ວຍໄວໜຸ່ມພັດທະນາທັກສະພາສາດ້ວຍຄວາມມ່ວນ ແລະ ໃຫ້ມີສ່ວນຮ່ວມໃນຫ້ອງຮຽນ. ມັນຈະຊ່ວຍໃນການຮຽນ, ການທ່ອງທ່ຽວ ຫຼືຈະຮຽນເພື່ອໃຫ້ເກັ່ງຂຶ້ນກໍ່ໄດ້. ມາຮຽນກັບພວກເຮົາ ຈະໄດ້ທັງຄວາມມ່ວນ ແລະ ເສີມສ້າງຄວາມໝັ້ນໃຈໃນໂຕເອງ! ໂອກາດດີໆແບບນີ້ບໍ່ຄວນພາດ! ເປີດເທີມໃຫມ່ໃນວັນທີ 3 ພຶດສະພາ 2025! ຂໍ້ມູນເພີ່ມເຕີມ : Tel: (856-21) 215 764 WhatsApp: (856-20) 5594 4819 Email: accueil@if-laos.org |