![ສັບປະດາແຫ່ງການວາງສະແດງຮູບ](http://www.if-laos.org/wp-content/uploads/2019/07/v-Semaine-Photo-02-2020-LPG.jpg)
ສັບປະດາແຫ່ງການວາງສະແດງຮູບພາບແມ່ນງານໜຶ່ງທີ່ມີຈຸດປະສົງເພື່ອສົ່ງເສີມ, ຍົກຄຸນຄ່າການສ້າງຜົນງານຮູບພາບໂດຍຊ່າງພາບຄົນລາວຮຸ່ນໃໝ່. ເປັນຮູບພາບທີ່ເລີ່ມຈາກການຖ່າຍຮູບຕາມຖະໜົນຈົນເຖິງການຖ່າຍຮູບແບບສິລະປະ, ບັນດາຊ່າງພາບທີ່ມີພອນສະຫວັນ ທີ່ໄດ້ເລືອກຖ່າຍຮູບຕາມສະພາບແວດລ້ອມ, ຖ່າຍຮູບຄົນ ແລະ ສະຖານທີ່ຕ່າງໆ ຂອງປະເທດລາວທີ່ມີການປ່ຽນແປງ. ສັບປະດາແຫ່ງການວາງສະແດງຮູບພາບທີ່ນະຄອນຫຼວງວຽງຈັນແມ່ນໄດ້ເລີ່ມແຕ່ ວັນທີ 14 ຫາ 22 ກຸມພາ, ທັງເປັນໂອກາດໄດ້ວາງສະແດງຮູບພາບ ທີ່ ດີເດັ່ນຂອງຊ່າງຖ່າຍພາບ 6 ຄົນທີ່ຢູ່ນະຄອນຫຼວງວຽງຈັນ, ໃນງານກໍ່ໄດ້ມີການຈັດສາກພາບບັນຍາກາດ ການຈັດວາງຮູບພາບຈັດໂດຍນັກອອກແບບ ແລະ ຍັງໄດ້ປະກາດ ການແຂ່ງຂັນພາບຖ່າຍລະດັບຊາດ.
ຂໍເຊີນທຸກທ່ານ ມາຊົມຜົນງານຮູບພາບສ່ວນໜຶ່ງ ຂອງການວາງສະແດງ ທີ່ສະຖາບັນຝຣັ່ງ ທີ່ຫຼວງພະບາງ.
br> ສະຖານທີ່Institut Français - Luang Prabang