ສະຖາບັນຝຣັ່ງ ປະຈໍາລາວ

iflaos-batiment
ສໍານັກງານໃຫຍ່ ສະຖາບັນຝຣັ່ງ ຕັ້ງຢູ່ ນະຄອນຫຼວງວຽງຈັນ ແລະ ຫ້ອງການ ສູນວັດທະນະທໍາ ທີ່ ແຂວງຫຼວງພະບາງ.

ສ້າງຕັ້ງ ໂດຍຂື້ນກັບ ສະຖານທູດ ໃນນາມພະແນກພາສາສາດ, ແລະ ໄດ້ຖືກປະກາດເປັນ ສູນພາສາຝຣັ່ງ ໃນ ວັນທີ 14 ມັງກອນ 1994, ໂດຍ ທ່ານເຈົ້າຄອງ ນະຄອນຫຼວງປາຣີ ທ່ານ ຊັກເກີ ຊີຣັກ.ມາຮອດ ເດືອນມັງກອນ 1995, ໄດ້ກາຍມາເປັນ ອົງການຈັດຕັ້ງທີ່ກຸ້ມຕົນເອງດ້ານການເງິນ ໃນນາມ “ສູນວັດທະນະທໍາ ແລະ ການຮ່ວມມືດ້ານພາສາສາດ”.ຫຼັງຈາກປ່ຽນ ມາເປັນ ສະຖາບັນຝຣັ່ງ, ກໍ່ຍັງສືບຕໍ່ ມີບົດບາດສໍາຄັນ ໃນວຽກງານ ການຮ່ວມມືດ້ານວັດທະນະທໍາ ແລະ ມະຫາວິທະຍາໄລ ຝຣັ່ງ ທີ່ ສປປ ລາວ.

ການເຄື່ອນໄຫວກິດຈະກໍາ ຂອງ ສະຖາບັນຝຣັ່ງ ແມ່ນ ປິ່ນອ້ອມໃນ 3 ຂົງເຂດວຽກງານໃຫຍ່ :

ການສອນພາສາ : ຫຼັກສູດສອນພາສາທີ່ຫຼາກຫຼາຍ : ພາສາຝຣັ່ງ, ພາສາລາວ ແລະ ພາສາອັງກິດ.ສະຖາບັນຝຣັ່ງ ສາມາດຕ້ອນຮັບ ນັກຮຽນ ໄດ້ຫຼາຍກ່ວາ 2000 ຄົນໃນແຕ່ລະປີ. ສະຖານທີ່ຮຽນ ຕັ້ງຢູ່ ສໍານັກງານໃຫຍ່ ຖະໜົນລ້ານຊ້າງ, ທີ່ ສູນວັດທະນະທໍາ ລາວ-ຝຣັ່ງ ແຂວງຫຼວງພະບາງ ແລະ ທີ່ ສູນກິດຈະກໍາຝຣັ່ງໂກໂຟນ ວິທະຍາເຂດດົງໂດກ.

ຫ້ອງສະໝຸດ : ເປັນສູນລວມປຶ້ມ ຫຼາຍກ່ວາ 25000 ຫົວ, ວາລະສານ, ດີວີດີ, ຊີດີ ແລະ ປຶ້ມອ່ານເອເລັກໂຕລນິກ, ຫ້ອງສະໝຸດ ສະຖາບັນຝຣັ່ງ ສືບຕໍ່ ປັບປຸງເພີ່ມຕື່ມ ພື້ນຖານດ້ານຂໍ້ມູນຂ່າວສານ ໃຫ້ມີຄວາມສົມບູນຫຼາກຫຼາຍທີ່ສຸດ ໃນແຕ່ລະປີ ແລະ ຕັ້ງໜ້າ ໃນການໃຫ້ການບໍລິການທີ່ຄ່ອງແຄ້ວວ່ອງໄວ, ທັນສະໄໝ ແລະ ໜ້າສົນໃຈ ດ້ວຍການນໍາໃຊ້ເຄື່ອງມື ແລະ ເນື້ອໃນທີ່ຈັດສັນຢ່າງລົງຕົວ.

ແຜນການຈັດງານວັດທະນະທໍາ ແລະ ການສົ່ງເສີມສີລະປິນລາວ : ກໍານົດແຜນການຈັດງານ ກອງປະຊຸມ, ການສະແດງສີລະປະດົນຕີ, ການສະແດງລະຄອນ ເປັນປະຈໍາ.ກະກຽມຈັດງານທີ່ເປັນເຫດການສໍາຄັນ : ວັນແຫ່ງການຄົ້ນຄ້ວາເພື່ອການພັດທະນາ, ບຸນແຕ້ມຮູບກາຕູນ ໃນຫົວຂໍ້ ສິ່ງແວດລ້ອມ, ບຸນດົນຕີ …

ໃຫ້ຄວາມຮ່ວມມື ແລະ ສົ່ງເສີມ ໃນການສ້າງຜົນງານ ແລະ ຈັດງານດ້ານວັດທະນະທໍາ ຂອງ ສີລະປິນລາວ ເຊັ່ນ : ບຸນການສະແດງ (Festival for Performing Arts), ບຸນມະຫາກໍາການເຕັ້ນນາໆຊາດ ຟັງແມ່ຂອງ (Festival de danse Fang Mae Khong), ຜົນງານການສະແດງລະຄອນ ເລື່ອງ : « Le songe d’une nuit de mousson »…

ສະຖາບັນຝຣັ່ງພັກປີໃໝ່


ຫ້ອງຮຽນພາສາຝຣັ່ງ
ຫ້ອງຮຽນ | COURS DE LANGUES | LANGUAGE COURSES ພາສາຝຣັ່ງ | Français | French language ເດັກນ້ອຍ | ໄວໜຸ່ມ | ຜູ້ໃຫຍ່ enfants | ados | adultes kids | teens | adults  ພາສາລາວ...

ຫ້ອງຮຽນພາສາຝຣັ່ງສຳລັບຜູ້ໃຫຍ່
ຮຽນຮູ້, ຝຶກຝົນ, ປະສົບຜົນສຳເລັດ! ເປີດເທີມໃໝ່ສຳລັບຫ້ອງຮຽນພາສາຝຣັ່ງ ໃນວັນທີ 11 ມັງກອນ 2025, ທີ່ ສະຖາບັນຝຣັ່ງ! ເຈົ້າຢາກພັດທະນາທັກສະພາສາຝຣັ່ງຂອງເຈົ້າບໍ່? ຄອສຮຽນພາສາຝຣັ່ງສຳລັບຜູ້ໃຫຍ່ຂອງພວກເຮົາແມ່ນອອກແບບມາໃຫ້ເໝາະສົມກັບການຮຽນພາສາຂອງເຈົ້າໂດຍຈະມີທັງທັກສະການຟັງ, ການອ່ານ, ການຂຽນ ແລະການເວົ້າ. ເຈົ້າສາມາດໃຊ້ໃນການເຮັດວຽກ, ທ່ອງທ່ຽວ ຫຼື ຄວາມມັກຮັກໃນພາສາ ຫຼັກສູດການຮຽນຂອງພວກເຮົາແມ່ນຈະເຮັດໃຫ້ເຈົ້າໄດ້ຝຶກ ແລະ ພັດທະນາຢ່າງແນ່ນອນ. ມາຮ່ວມຮຽນກັບພວກເຮົາເພື່ອເສີມຄວາມໝັ້ນໃຈໃນພາສາຝຣັ່ງໄດ້ເລີຍ!! ລົງທະບຽນໄດ້ແຕ່ມື້ນີ້ເປັນຕົ້ນໄປ ແລ້ວເຮັດໃຫ້ພາສາຝຣັ່ງເປັນກະແຈສູ່ຄວາມສຳເລັດຂອງເຈົ້າ! ຂໍ້ມູນເພີ່ມເຕີມ : Tel: (856-21) 215...

ຫ້ອງຮຽນພາສາຝຣັ່ງສຳລັບເດັກນ້ອຍ
ຄອສພາສາຝຣັ່ງສຳລັບເດັກນ້ອຍຂອງພວກເຮົາແມ່ນອອກແບບມາໃຫ້ການຮຽນພາສາຝຣັ່ງມີຄວາມມ່ວນຊື່ນ ແລະ ໜ້າຕື່ນເຕັ້ນ. ພວກເຂົາຈະສາມາດຮຽນຮູ້ທັກສະດ້ານການເວົ້າ, ການຟັງ, ການຂຽນ ໄປກັບເກມ ແລະ ກິດຈະກຳມ່ວນໆ. ເລືອກຮຽນພາສາຝຣັ່ງທີ່ສະຖາບັນຝຣັ່ງຂອງພວກເຮົາເພື່ອເປີດໂອກາດສູ່ການສຶກສາ ແລະ ກະຕຸ້ນຄວາມຢາກຮູ້ຢາກຮຽນໃນໂຕຂອງພວກເຂົາ! ເປີດເທີມໃໝ່ ວັນທີ 3 ພຶດສະພາ 2025, ທຸກໆເຊົ້າວັນເສົາ, ຮຽນກັບອາຈານສອນເກັ່ງ, ໃຈດີ ທີ່ຈະນຳພາລູກຂອງທ່ານມ່ວນຊື່ນ, ເພີດເພີນໄປກັບການຮຽນ, ທີ່ເຂົ້າໃຈງ່າຍ, ເປັນໄວ ແລະ ໄດ້ຄຸນນະພາບຢ່າງແທ້ຈິງ ! ລົງທະບຽນໃຫ້ລູກທ່ານໄດ້ແຕ່ມື້ນີ້ເປັນຕົ້ນໄປ! ຂໍ້ມູນເພີ່ມເຕີມ :...

ຫ້ອງຮຽນພາສາຝຣັ່ງສຳລັບໄວໜຸ່ມ
ຄອສພາສາຝຣັ່ງສຳລັບໄວໜຸ່ມຂອງພວກເຮົາແມ່ນອອກແບບມາເພື່ອໃຫ້ເໝາະສົມໃນການຊ່ວຍໄວໜຸ່ມພັດທະນາທັກສະພາສາດ້ວຍຄວາມມ່ວນ ແລະ ໃຫ້ມີສ່ວນຮ່ວມໃນຫ້ອງຮຽນ. ມັນຈະຊ່ວຍໃນການຮຽນ, ການທ່ອງທ່ຽວ ຫຼືຈະຮຽນເພື່ອໃຫ້ເກັ່ງຂຶ້ນກໍ່ໄດ້. ມາຮຽນກັບພວກເຮົາ ຈະໄດ້ທັງຄວາມມ່ວນ ແລະ ເສີມສ້າງຄວາມໝັ້ນໃຈໃນໂຕເອງ! ໂອກາດດີໆແບບນີ້ບໍ່ຄວນພາດ! ເປີດເທີມໃຫມ່ໃນວັນທີ 3 ພຶດສະພາ 2025! ຂໍ້ມູນເພີ່ມເຕີມ : Tel: (856-21) 215 764 WhatsApp: (856-20) 5594 4819 Email: accueil@if-laos.org

1 2 3